ບົດບັນທຶກກອງປະຊຸມ

ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຢຸນນານ, ສູນວັດທະນາທໍາຈີນ

ກ່ຽວກັບ:  ການສົ່ງເສີມການແລກປ່ຽນວັດທະນະທໍາ ແລະ ການຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດລາວ-ຈີນ

ໃນ​ຕອນ​ເຊົ້າ​ຂອງ​ວັນພະຫັດ ວັນທີ 10 ພຶດສະພາ 2018 ​ໄດ້​ຈັດກອງ​ປະຊຸມ​ ການສົ່ງເສີມການແລກປ່ຽນວັດທະນະທໍາ ແລະການຮ່ວມມືທາງດ້ານການຄົ້ນຄວ້າ ແລະ  ວິຊາການ ລາວ-ຈີນ ກັບມະຫາວິທະຍາໄລ ຢຸນນານ ແລະ ສູນວັດທະນາທໍາຈີນ   ​ທີ່ ຫ້ອງ​ປະຊຸມ​ 213 ຕຶກ​ສຳນັກງານ​ອະທິການ​ບໍດີ ມະຫາວິທະຍາໄລແຫ່ງຊາດ  ໂດຍມີທ່ານທີ່ເຂົ້າທັງໝົດ 38 ທ່ານ, ເຊິ່ງໃນກອງປະຊຸມແມ່ນໄດ້ແບ່ງອອກເປັນສອງຝ່າຍຄື:

  1. ຝ່າຍມະຫາວິທະຍາໄລແຫ່ງຊາດ ເຊິ່ງນໍາໂດຍ ​ທ່ານ ຮສ.ປອ. ພຸດ ສິມມາລາວົງ ຮອງອະທິການ​ບໍດີ ມະຫາວິທະຍາໄລແຫ່ງຊາດ, ຄະນະປະສານງານການຄົ້ນຄວ້າຂອງມະຫາວິທະຍາໄລແຫ່ງຊາດ, ຫົວໜ້າຫ້ອງການຕ່າງໆ, , ສະຖາບັນ ແລະ ສູນຄົ້ນຄວ້າຈີນ.
  2. ຝ່າຍຈີນ ນໍາພາໂດຍທ່ານ ນາງຕິງຊິງ ຫົວໜ້າສູນວັດທະນາທໍາຈີນ ປະຈໍາລາວ ແລະ ທ່ານ ປີຊືຫົງ ຈາກມະຫາ ວິທະຍາໄລຢຸນນານ

 I. ຈຸດປະສົງ

ໃນກອງປະຊຸມຄັ້ງນີ້ແມ່ນການແລກປ່ຽນວັດທະນະທໍາ ລາວ-ຈີນ ແລະ ການຮ່ວມມືການພົວພັນການຄົ້ນຄວ້າ ແລະ ວຽກງານວິຊາການ ເພື່ອຊອກຫາຊ່ອງທາງຄວາມເປັນໄປໄດ້ ໃນການຮ່ວມກັນຄົ້ນຄວ້າວິທະຍາສາດ.

 II. ເນື້ອໃນກອງປະຊຸມ

         ການປະຊຸມຄັ້ງນີ້ ຖືວ່າເປັນໂອກາດດີ ທີ່ຄະນະນໍາຂອງທັງ 2 ມະຫາວິທະຍາໄລ ໄດ້ປຶກສາຫາລື ແລະ ສື່ສານກັນ ແບບກົງໄປກົງມາ ໂດຍມີເນື້ອໃນ ແລະຂໍ້ສະເໜີຕ່າງໆ ດັ່ງລຸ່ມນີ້

  1. ການແລກປ່ຽນຂອງຝ່າຍມະຫາວິທະຍາໄລແຫ່ງຊາດ
  • ມ.ຊ ໄດ້ມີການຮ່ວມມືກັບ ມ. ຢຸນນານ ແລະ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຫຼາຍສະບັບແລ້ວ ແລະກໍ່ຫວັງວ່າຈະມີຄວາມຮ່ວມມືອັນເລິກເຊິ່ງລະຫວ່າງລາວ ແລະ ຈີນ ໂດຍສະເພາະລະຫວ່າງ 2 ມະຫາວິທະຍາໄລ ເຊັ່ນ ກິດຈະກໍາ ທີ່ກ່ຽວກັບ ການແລກປ່ຽນວັດທະນະທໍາ ແລະ ເຕັກໂນໂລຊີ ການຮ່ວມມືທາງດ້ານການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໃນອັນໃກ້ນີ້
  • ມ.ຊ ໄດ້ສະເໜີໃຫ້ມີການຂະຫຍາຍການຮ່ວມມືໃຫ້ຫຼາຍຂຶ້ນ ກັບບັນດາມະຫາວິທະຍາໄລ ຮ່ວມມືກັບລັດຖະບານ ແລະ ພາກສ່ວນອື່ນໆ.
  • ມຊ. ມີແຜນໃນການສ້າງສະຖາບັນຄົ້ນຄ້ວາວິທະຍາສາດໃຫມ່ ເພື່ອຜັນຂະຫຍາຍຍຸດທະສາດ ແລະການສຶກສາແຫ່ງຊາດ ຂອງ ສປປລາວ ແລະ ຂໍ້ລິເລີ່ມ ໜຶ່ງແລວທາງໜຶ່ງເສັ້ນທາງ, ສະເໜີໃຫ້ ມະຫາວິທະຍາໄລ ຢຸນນນານ ສົມທົບດ້ານການເງິນໃນການກໍ່ສ້າງ ແລະ ບໍລິຫານສະຖາບັນດັ່ງກ່າວ.
  • ໄດ້ມີໂຄງການທີ່ລັດຖະບານສະໜັບສະຫນູນ ຊື່ວ່າ ໂຄງການ Technical Surveying and Mapping ພາຍໃຕ້ການຊີ້ນໍາຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປຈີນ. ສ່ວນລາຍລະອຽດ ມຊ ສາມາດ ປະສານກັບ ມະຫາວິທະຍາໄລ ຢຸນນນານ.
  • ສະເໜີໃຫ້ ມະຫາວິທະຍາໄລຢຸນນານ ສະເໜີກ່ຽວກັບລາຍລະອຽດການແລກປ່ຽນຊ່ວຍເຫຼືອສ້າງຄູອາຈານສອນ ເຊັ່ນວ່າ ຈໍານວນ ແລະ ຂະໜາດຂອງທຶນ ແລະ ສະເໜີໃຫ້ມີການເຊັນສັນຍາ ຮ່ວມມື.
  • ມຊ. ໄດ້ສະເໜີໃນການໄປຢ້ຽມຢາມ ແລະແລກປ່ຽນບົດຮຽນ ຢູ່ມະຫາວິທະຍາໄລຢຸນນານ ໃນການສ້າງສະຖາບັນຄົ້ນຄວ້າວິທະຍາສາດ, ການເຝິກອົບຮົມນັກຄົ້ນຄວ້າ ແລະ ການຄົ້ນຄວ້າໜຶ່ງແລວທາງໜຶ່ງເສັ້ນທາງ
  • ມຊ. ໄດ້ສະເໜີນໍາມະຫາວິທະຍາໄລຢຸນນານ ເພື່ອຮ່ວມກັນສ້າງຕັ້ງຫ້ອງທົດລອງນານາຊາດຢູ່ມະຫາວິທະຍາໄລແຫ່ງຊາດ ເຊິ່ງຝ່າຍມະຫາວິທະຍາໄລຢຸນນານ ກໍ່ມີຄວາມຍິນດີຮັບເອົາຂໍ້ສະເໜີນີ້ ເພື່ອໄປຄົ້ນຄວ້າ ແລະເຮັດເປັນແຜນການປະຕິບັດງານ.
  1. ການແລກປ່ຽນຂອງຝ່າຍຈີນ
  • ມະຫາວິທະຍາໄລຍຸນນານໄດ້ສະເໜີໂດຍຫຍໍ້ ກ່ຽວກັບມະຫາວິທະຍາໄລ ຍູນນານ ແລະ ຄວາມຄືບໜ້າຂອງການຮ່ວມມື ລະຫວ່າງ ມະຫາວິທະຍາໄລຍຢຸນນານ ແລະ ມະຫາວິທະຍາໄລແຫ່ງຊາດ
  • ມະຫາວິທະຍາໄລຢຸນນານ ໄດ້ກະກຽມເພື່ອຮັບນັກສຶກສາຕ່າງຊາດຫຼາຍກ່ວາ 3000ຄົນ ແລະ ຍັງໄດ້ເປີດທຶນການສຶກສາ ໃຫ້ກັບນັກສຶກສາລາວຫຼາຍໆທຶນ.
  • ໄດ້ມີການຕັ້ງຄໍາຖາມກ່ຽວກັບຄວາມຄືບໜ້າຂອງໂຄງການແລກປ່ຽນນັກສຶກສາ ຖ້າເປັນໄປໄດ້ຢາກໃຫ້ເລີ່ມໂຄງການໃນປີນີ້.
  • ມະຫາວິທະຍາໄລຢຸນນານ ໄດ້ອະທິບາຍກ່ຽວກັບຂັ້ນຕອນການສະໝັກເຂົ້າຮ່ວມເຮັດການຄົ້ນຄວ້າຮ່ວມກັບຝ່າຍຈີນ ໃນຫົວຂໍ້ກ່ຽວກັບເສັ້ນທາງສາຍໄໝ ໜຶ່ງແລວທາງໝຶ່ງເສັ້ນທາງ.
  • ສະເໜີໃຫ້ ມຊ ແຈ້ງໃຫ້ນັກສຶກສາທີ່ມີຄວາມຕ້ອງການສຶກສາຕໍ່່ ມ ຍຸນນານ ໃຫ້ກະກຽມຄວາມພ້ອມ ໂດຍສະເພາະກະກຽມເລື່ອງພາສາ ເພາະ ຜ່ານມາ ນັກສຶກສາຈາກ ສປປ ລາວ ພົບຄວາມຫຍຸ້ງຍາກໃນການສຶກສາທີ່ ສປ ຈີນ ເພາະວ່າ ບໍ່ມີຄວາມຮູ້ພື້ນຖານ ພາສາຈີນທີ່ດີ.
  • ມະຫາວິທະຍາໄລຢຸນນານ ໄດ້ໃຫ້ຄວາມສໍາຄັນໃນການສ້າງສູນວິໄຈນານາຊາດ ໂດຍທີ່ຜ່ານມາ ໄດ້ຮ່ວມມືກັບ ມະຫາວິທະຍາໄລ ມັນດາເລ ຂອງ ສະຫະພາບ ມຽນມາ ໃນການສ້າງຫ້ອງວິໄຈນານາຊາດ. ຫ້ອງວິໄຈດັ່ງກ່າວແມ່ນເນັ້ນໃສ່ ກະສິກໍາ, ນິເວດວິທະຍາ ແລະ ການແພດ. ມະຫາວິທະຍາໄລ ຢຸນນານໄດ້ສະໜອງອຸປະກອນ ສິ່ງອໍານວຍຄວາມສະດວກຕ່າງໆໃຫ້ແກ່ ມະຫາວິທະຍາໄລ ມັນດາເລ ໃນຊ່ວງສຶກສາຄົ້ນຄ້ວາ. ມຊ ກໍ່ສາມາດໄປສຶກສາ ແລະນໍາໃຊ້ຫ້ອງຄົ້ນຄ້ວານີ້ໄດ້ເຊັ່ນກັນ ຖ້າມະຫາວິທະຍາໄລແຫ່ງຊາດ ມີຄວາມຕ້ອງການທີ່ຈະສ້າງຫ້ອງທົດລອງວິໄຈນານາຊາດ.
  • ມະຫາວິທະຍາໄລ ຢຸນນານ ໄດ້ມີການຈັດການບັນຍາຍທີ່ກ່ຽວກັບຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງ .ມະຫາວິທະຍາໄລ ຢຸນນານສາມາດສະໜັບສະໜູນ ບັນດາຊ່ຽວຊານ ຈາກ ມຊ ເຂົ້າຮ່ວມງານດັ່ງກ່າວນີ້ໄດ້.

III. ການຕົກລົງເຫັນດີເປັນເອກະພາບ ແລະ ຄໍາຊີ້ນໍາຂອງທັງສອງຝ່າຍ

  1. ມະຫາວິທະຍາໄລ ຢຸນນານ ຮັບຮູ້ ແລະ ເຂົ້າໃຈ ຈຸດປະສົງ ຂອງ ມຊ ແລະ ຈະໄດ້ ມີການປຶກສາຫາລື ຕົກລົງກັນ ແລ້ວຈະມີການເຊັນບົດບັນທຶກການຮ່ວມມືກັບ ມຊ ຫຼັງຈາກຕົກລົງກັນແລ້ວ ໂດຍສະເພາະແມ່ນເລື່ອງການຕັ້ງຫ້ອງທົດລອງນານາຊາດຂຶ້ນທີ່ ມຊ.
  2. ຍິນດີຕ້ອນຮັບ ມະຫາວິທະຍາໄລແຫ່ງຊາດ ໄປ ຢ້ຽມຢາມ ມ ຍຸນນານ
  3. ທັງສອງຝ່າຍເຫັນດີໃຫ້ມີການສ້າງຕັ້ງຄະນະປະສານງານລະຫວ່າງສອງຝ່າຍ ເພື່ອເຮັດໜ້າທີ່ໃນການປະສານງານຮ່ວມມືກັນໃຫ້ໄດ້ຮັບໝາກຜົນ.

ປະທານກອງປະຊຸມ                                                                                                                                                                              ຜູ້ບັນທຶກກອງປະຊຸມ

 ຮອງອະທິການບໍດີ                                            

                                                                                                                                                                                                       ປອ. ສິດທິໄຊ ໄຊຍະວົງ