ສູນຄົ້ນຄ້ວາຈີນ (Research Center on China)
  • ໜ້າຫລັກ
  • ກ່ຽວກັບ
    • ປະຫວັດຄວາມເປັນມາ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ໂຄງຮ່າງການຈັດຕັ້ງ
  • ການຄົ້ນຄ້ວາວິທະຍາສາດ
    • ຫົວຂໍ້ຄົ້ນຄວ້າທັງໝົດ
    • ບົດຄົ້ນຄວ້າທີ່ພວມດຳເນີນງານ
    • ຜົນງານຄົ້ນຄວ້າວິດທະຍາສາດ
  • ການຮ່ວມມື
    • ການຮ່ວມມືພາຍໃນ
    • ການຮ່ວມມືສາກົນ
  • ກິດຈະກຳ ແລະ ຂ່າວສານ
    • ກິດຈະກຳຕ່າງໆ
    • ຂ່າວສານທົ່ວໄປ
    • ວາລະສານຄົ້ນຄວ້າວິທະຍາສາດ
  • ຕິດຕໍ່ພົວພັນ
  • ຮູບພາບການເຄື່ອນໄຫວ
  • ຜົນງານການຄົ້ນຄວ້າວິທະຍາສາດ

ຜົນງານຄົ້ນຄວ້າວິດທະຍາສາດ

 

ຊື່​ໂຄງການ​ຄົ້ນຄວ້າ

ກິດຈະກຳ

ຜົນ​ປະ​ໂຫຍ​ດຂອງ​ເສັ້ນທາງລົດໄຟ​ລາວ-ຈີນ ຕໍ່ກັບ ສປປ. ລາວ

  ດາວໂຫລດ

ສຶກສາ​ຮູບແບບການສ້າງເສດຖະກິດຕະຫລາດ ​ສັງຄົມ​ນິຍົມ​ແບບ ສປ. ຈີນ ແລະ ສປປ. ລາວ

 ດາວໂຫລດ

ການ​ສຶກສາ​ປັດ​ໄຈ​ດິງດູດ ​ແລະ ປັດ​ໄຈ​ຊຸກ​ຍູ້ ​ໃນ​ການ​ຍ້າຍ​ຖິ່ນ​ເພື່ອ​ທຸລະ​ກິດ​ການ​ຄ້າ​ຂອງ​ຄົນ​ຈີນ ​ໃນ ສປປ ລາວ

 ດາວໂຫລດ

ການ​ສົ່ງ​ເສີມ​ການ​ປະກອບ​ກິດຈະການ ​ແລະ ນະ​ວັດຕະ​ກຳ​ຂອງ ສປ. ຈີນ

ດາວໂຫລດ

 


ພິທີຮັບປຶ້ມທ່ານປະທານ ສີຈິ້ນຜິງ

ພິທີຮັບປຶ້ມ ທ່ານປະທານ ສີຈິ້ນຜິງ ມອບໂດຍສູນວັດທະນະທຳຈີນ ປະຈຳ ສປປລາວ ມອບໃຫ້ ສູນຄົ້ນຄວ້າຈີນ ມະຫາວິທະຍາໄລແຫ່ງຊາດ

ການແຂ່ງຂັນນະວັດຕະກຳຊາວໜຸ່ມ 2017

ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄວ້າ 2 ລາງວັນ ຈາກການແຂ່ງຂັນ ນະວັດຕະກຳຊາວໜຸ່ມ ຢູ່ ສປ ຈີນ

12-16 ມັງກອນ 2017    

          ນັກສຶກສາມະຫາວິທະຍາໄລແຫ່ງຊາດຄວ້າ 2 ລາງວັນ ຈາກການແຂ່ງຂັນ ນະວັດຕະກຳຊາວໜຸ່ມ ຢູ່ ໜານໜິງ, ສປ ຈີນ. ມະຫາວິທະຍາໄລແຫ່ງຊາດ ໄດ້ສົ່ງນັກສຶກສາ 6 ຄົນ ໂດຍແບ່ງ ອອກເປັນ 2 ກຸ່ມ ແລະ ກຳມະການຕັດສິນ 2 ທ່ານ ເຂົ້າຮ່ວມການແຂ່ງຂັນ ນະວັດຕະກຳຊາວໜຸ່ມກ່ຽວກັບການພັດທະນາ ແລະ ການປົກຄອງ ຂົງເຂດແມ່ນໍ້າ ລ້ານຊ້າງ-ແມ່ຂອງ, ເຊິ່ງປີນີ້ສຸມໃສ່ຫົວຂໍ້ ການປ່ຽນແປງດິນຟ້າອາກາດ ແລະ ການປົກປ້ອງໄພພິບັດ. ທິມງານດັ່ງກ່າວ ນຳພາໂດຍທ່ານ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ.  ການແຂ່ງຂັນດັ່ງກ່າວຈັດຂຶ້ນ ລະຫວ່າງວັນທີ 12 ຫາ 16 ມັງກອນ 2017 ທີ່ ນະຄອນໜານໜິງ, ສປ ຈີນ. ຜົນການແຂ່ງຂັນແມ່ນນັກສຶກສາລາວ ທັງສອງທິມໄດ້ຮັບລາງວັນ.  ທິມທີ 1 : ການນຳໃຊ້ຕົ້ນໃບເຕີຍ ເຂົ້າໃນການ ຫລຸດຜ່ອນຜົນກະທົບຢູໂຕຣຟີເຄເຊິນ ໄດ້ຮັບລາງວັນນະວັດຕະກຳທີ່ດີເລີດ (ທ້າວ ວັນສີ ເພັງທະແຈ່ມ, ທ້າວ ສັນຕິສຸກ ລັດດາວົງ, ນາງ ແສງຕາວັນ ດວງພະຈັນ) ແລະ ທິມທີ 2 ແພໄມ້ປ່ອງເພື່ອປ້ອງກັນການລະເຫີຍອາຍຂອງນໍ້າ ໄດ້ຮັບລາງວັນ ໂຄງການບົ່ມເພາະທີ່ດີເລີດ (ທ້າວ ໄຊປະຊາ ລາດຊະວົງ, ນາງ ລັກສະນີ ພົງພັນ, ນາງ ທິບສະຫວັນ ສີລາກຸນ). ໃນການເຂົ້າຮ່ວມຄັ້ງນີ້ປະກອບມີ 6 ປະເທດ ໄດ້ແກ່: ປະເທດກໍາປູເຈຍ, ສ.ປ.ປ. ລາວ, ປະເທດມຽນມາ, ປະເທດໄທ, ສສ ຫວຽດນາມ ແລະ ປະເທດຈີນ. ສ່ວນຫົວຂໍ້ທີ່ສົ່ງເຂົ້າແຂ່ງຂັນຮອບສຸດທ້າຍຈາກ 6 ປະເທດ ມີ 16 ຫົວຂໍ້.

ຜົນຂອງການສຳເລັດຄັ້ງນີ້ ປະການໜຶ່ງ ແມ່ນເນື່ອງມາຈາກການກະກຽມຂອງທິມງານ ມະຫາວິທະຍາໄລ ແຫ່ງຊາດ ໃນການສ້າງຄະນະກຳມະການກະກຽມນັກສຶກສາເຂົ້າຮ່ວມການແຂ່ງແຜນທຸລະກິດຢູ່ ສປ. ຈີນ ສົກສຶກສາ 2016-2017.  ການກະກຽມ ແມ່ນໄດ້ອອກແຈ້ງການໃຫ້ແກ່ຄະນະບໍດີ ຄະນະທີ່ກ່ຽວຂ້ອງ ຄັດເລືອກເອົານັກສຶກສາ ຜູ້ທີ່ມີຄວາມ ສາມາດສື່ສານທາງພາສາອັງກິດດີ, ຮຽນເກັ່ງ, ແລະ ມີຫົວຄິດປະດິດສ້າງ ສູງ ຄະນະລະ 3 ຄົນໃຫ້ແກ່ທິມງານກະກຽມ.  ຫລັງຈາກຄະນະຕ່າງໆ ສົ່ງລາຍຊື່ມາແລ້ວ, ທິມງານກະກຽມໄດ້ ເຝິກອົບຮົມວິທີການວາງແຜນ, ຫົວຄິດປະດິດສ້າງ, ແລະ ນະວັດຕະກຳໃຫ້ແກ່ນັກສຶກສາ ແລະ ຈັດກຸ່ມນັກສຶກສາ ທີ່ມາຈາກຄະນະທີ່ຕ່າງກັນເຂົ້າເປັນທິມ.  ຄະນະດັ່ງກ່າວ ໄດ້ຈັດແຂ່ງຂັນແຜນທີ່ນັກສຶກສາສ້າງຂຶ້ນ ໃນຮອບສຸດທ້າຍ ແລະ ພາກສ່ວນເອກະຊົນ ໄດ້ປະກອບສ່ວນ ທາງທຶນຮອນ ເພື່ອເປັນລາງວັນ ແລະ ແຮງຈູງໃຈ ໃຫ້ແກ່ນັກສຶກສາ.  ສິ່ງສຳຄັນທີ່ສຸດ ແມ່ນນັກສຶກສາທີ່ເຂົ້າຮ່ວມ ມີຄວາມບຸກບືນ, ຫ້າວຫັນ, ສະຫລາດ, ແລະ ເປີດໃຈຮັບເອົາສິ່ງໃໝ່ໆ ໂດຍໝູນໃຊ້ຫົວຄິດປະດິດສ້າງ ແລະ ຄວາມຮູ້ທີ່ໄດ້ຮຽນຜ່ານມາ ເຂົ້າໃນການເຮັດວຽກ ເປັນກຸ່ມ ນຳເອົາຄວາມເປັນເລີດຈາກການລະດົມສະໝອງຂອງກຸ່ມເຂົ້າມາແກ້ໄຂບັນຫາທີ່ຕັ້ງຂຶ້ນຢ່າງ ມີປະສິດທິພາບ.

ສູນຄົ້ນຄວ້າຈີນ ຈັດກອງປະຊຸມເຜີຍແຜ່ຜົນການແຂ່ງຂັນນະວັດຕະກຳຊາວໜຸ່ມ

ສູນຄົ້ນຄວ້າຈີນ, ຫ້ອງການຄົ້ນຄວ້າ ແລະ ບໍລິການວິຊາການ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ຜົນການແຂ່ງຂັນນະວັດຕະກຳຊາວໜຸ່ມ ທີ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມການແຂ່ງຂັນ ຢູ່ ສປ ຈີນ ໃນເດືອນ ມັງກອນ 2017, ເຊິ່ງມີຕົວແທນຈາກສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ, ຫົວໜ້າຫ້ອງການ, ຫົວໜ້າສູນ, ອາຈານສອນ, ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ 200 ກວ່າຄົນ.

ທ່ານ ຮສ. ປອ. ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວເປີດພິທີ


 

 

ຮສ. ປອ. ຫລ້າວັນ ວົງຄຳສານ, ຈັດຕັ້ງພິທີ


 

 

ຮສ. ປອ. ໂພສີ ຈັນມິ່ງ, ເລົ່າປະຫວັດຄວາເປັນມາ, ຂະບວນການກະກຽມເຂົ້າຮ່ວມການແຂ່ງຂັນ, ການເຂົ້າຮ່ວມການແຂ່ງຂັນ, ແລະ ບາດກ້າວຕໍ່ໄປ.


 

 

 

ແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມກອງປະຊຸມ


 

 

ສູນອາຫານ ມຊ ມອບຂອງຂວັນໃຫ້ ນັກສຶກສາ ແລະ ຄະນະນຳພາເຂົ້າຮ່ວມການແຂ່ງຂັນ.

ກອງປະຊຸມວິຊາການ 2016

 

ສູນຄົ້ນຄວ້າຈີນ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າວິທະຍາສາດຄັ້ງທີ 1

 

 

ສູນຄົ້ນຄວ້າຈີນ, ຫ້ອງການຄົ້ນຄວ້າ ແລະ ບໍລິການວິຊາການ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມລາຍງານຜົນການຄົ້ນຄວ້າວິທະຍາສາດຄັ້ງທີ 1 ຂຶ້ນ ໃນວັນທີ 30 ພະຈິກ 2016, ເປັນປະທານ ໂດຍທ່ານ ຮສ. ປອ. ສົມຈັນ ບຸນພັນມີ.  ກອງປະຊຸມດັ່ງກ່າວ ໄດ້ລາຍງານຜົນການວິໄຈ ທີ່ໄດ້ຮັບທຶນສະນັບສະໜູນຈາກສຸນຄົ້ນຄວ້າຈີນ, ມະຫາວິທະຍາໄລແຫ່ງຊາດ ລວມທັງໝົດ 7 ຫົວຂໍ້:

ລະດັບ

ຊື່ໂຄງການຄົ້ນຄວ້າ

ຫົວໜ້າທິມງານຄົ້ນຄວ້າ

1

ຜົນປະໂຫຍດຂອງເສັ້ນທ າງລາວ-ຈີນ ຕໍ່ກັບ ສປປ ລາວ

ສຈ ປອ. ສູນທອນ ພົມມະສອນ

2

ສຶກສາການຫັນໄປສູ່ເສດຖະກິດສັງຄົມນິຍົມແບບ ສປ ຈີນ

ຮສ. ໂພສີ ທິບດາວັນ

3

ການສຶກສາປັດໄຈດິງດູດ ແລະ ປັດໄຈສຸກຍູ້ ໃນການຍ້າຍຖິ່ນເພື່ອທຸລະກິດການຄ້າຂອງຄົນຈີນ ໃນ ສປປ ລາວ

ຮສ ປອ. ແສງເດືອນ ໄວຍາກອນ

4

ການສຶກສາຂອງປະສິດທິຜົນຂອງໂຄງການຊ່ອຍເຫຼືອດ້ານການຮ່ວມມື ແລະ ການພັດທະນາຈາກ ສປຈີນ ໃຫ້ແກ່ ສປປ ລາວ

ຮສ ປອ ບຸນລ້ວນ ດວງເງິນ

5

ການຖອດຖອນບົດຮຽນຈາກການປົກຄອງແບບ ສາທາລະນະລັດ ປະຊາຊົນຈີນ

ຮສ ວຽງວິໄລ ທ່ຽງຈັນໄຊ

6

ການສົ່ງເສີມການປະກອບກິດຈະການ ແລະ ນະວັດຕະກຳຂອງ ສປຈີນ

ຮສ ປອ. ໂພສີ ຈັນມິ່ງ

7

ຍຸດທະສາດໝຶ່ງແລວທາງ ໝຶ່ງເສັ້ນທາງ ຂອງສປ.ຈີນ ກັບການພັດທະນາໃນ ສປປ ລາວ

ຮສ ປອ. ເດຊານຸລາດ ແສນດວງເດດ

 

ເຂົ້າຮ່ວມກອງປະຊຸມ ມີຜູ້ຕາງໜ້າຈາກສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ສະຖາບັນການເມືອງ ການປົກຄອງແຫ່ງຊາດ, ສະຖາບັນການຕ່າງປະເທດ, ນັກຄົ້ນຄວ້າຂອງມະຫາວິທະຍາໄລແຫ່ງຊາດ. 

 
 
  1. ນັກສຶກສາ ມຊ ໄດ້ຮັບລາງວັນຊະນະເລີດ
  2. ບົດບັນທຶກກອງປະຊຸມ

Page 1 of 2

  • 1
  • 2

Back to Top

© 2021 ສູນຄົ້ນຄ້ວາຈີນ (Research Center on China)