ສູນຄົ້ນຄວ້າຈີນ ມີຊື່ຫຍໍ້ວ່າ “ສກຈ”, ແມ່ນໜ່ວຍງານໜຶ່ງທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ເຊິ່ງເປັນເສນາທິການໃຫ້ແກ່ອະທິການບໍດີ ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດຂອງມະຫາວິທະຍາໄລແຫ່ງຊາດ, ເປັນສູນຄົ້ນຄວ້າຖອດຖອນບົດຮຽນ ຈາກ ສປ. ຈີນ ເພື່ອການພັດທະນາ ສປປ. ລາວ. ສຄຈ ຈະຄົ້ນຄວ້າໃນທຸກຂົງເຂດ, ເປັນຕົ້ນແມ່ນ ດ້ານການເມືອງ-ການປົກຄອງ, ວັດທະນະທຳ-ສັງຄົມ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ.
ພາລະໜ້າທີ່ສູນຄົ້ນຄວ້າຈີນ:
- ເຕົ້າໂຮມນັກຄົ້ນຄວ້າ ເພື່ອດຳເນີນການຄົ້ນຄວ້າຕາມບູລິມະສິດຂອງການຄົ້ນຄວ້າແຕ່ລະໄລຍະ
- ຂຶ້ນງົບປະມານແກ່ການຄົ້ນຄວ້າ,
- ຄຸ້ມຄອງໂຄງການຄົ້ນຄວ້າທີ່ໄດ້ອະນຸມັດໄປ,
- ເຜີຍແຜ່ຜົນການຄົ້ນຄວ້າໃນຮູບແບບຕ່າງໆ
ນອກຈາກນີ້ ຍັງມີໜ້າທີ່ພົວພັນກັບສະຖາບັນຄົ້ນຄວ້າຂອງຈີນ ຕາມຄຳເຫັນດີຂອງອະທິການບໍດີ ມຊ.