ສູນຄົ້ນຄວ້າຈີນ (ຂຽນຫຍໍ້ວ່າ: ສຄຈ) ແມ່ນໜ່ວຍງານໜຶ່ງຊຶ່ງດຳເນີນງານພາຍໃຕ້ການຊີ້ນຳຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ເປັນເສນາທິການໃຫ້ແກ່ອະທິການບໍດີ ເພື່ອສົ່ງເສີມການຄົ້ນຄວ້າວິທະຍາສາດ ຂອງມະຫາວິທະຍາໄລແຫ່ງຊາດ, ເປັນສູນຄົ້ນຄວ້າຖອດຖອນບົດຮຽນ ຈາກ ສປ. ຈີນ ເພື່ອການພັດທະນາ ສປປ ລາວ. ສູນດັ່ງກ່າວ ຈະຄົ້ນຄວ້າໃນທຸກຂົງເຂດ, ເປັນຕົ້ນແມ່ນດ້ານການເມືອງ-ການປົກຄອງ, ວັດທະນະທຳ-ສັງຄົມ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ.